ຫ້ອງການສຶກສາທິການ ແລະກິລາເມືອງສາລະວັນ
ຫ້ອງການສຶກສາທິການ ແລະກິລາເມືອງສາລະວັນ

ທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ໄດ້ລົງມາເຄື່ອນໄຫວຢ້ຽມຢາມເມືອງເງິນໃນຄັ້ງນີ້. ທ່ານໄດ້ນຳເອົາ ລົດຖີບ ຈຳນວນ 10 ຄັນ ມາມອບໃຫ້ນັກຮຽນດ້ອຍໂອກາດ,ທຸກຍາກ, ນັກຮຽນຊົນເຜົ່າ, ແລະ ນັກຮຽນເກັ່ງ ຊັ້ນປະຖົມສຶກສາ



    
ນັກຮຽນຜູ້ທຸກຍາກຂາດເຂີນ ຢູ່ເມືອງເງິນ ໄດ້ຮັບລົດຖີບ ຈຳນວນ 10 ຄັນ
    ວັນທີ 28 ກຸມພາ 2025 ນີ້. ທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ພ້ອມດ້ວຍສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແຂວງໄຊຍະບູລີ, ສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງເງິນ.ໄດ້ລົງເຄື່ອນໄຫວ ເຮັດວຽກຢູ່ເມືອງເງິນ ແຂວງ ໄຊຍະບູລີ. ໂອກາດທີ່ທ່ານ ໄດ້ລົງມາເຄື່ອນໄຫວຢ້ຽມຢາມເມືອງເງິນໃນຄັ້ງນີ້. ທ່ານໄດ້ນຳເອົາ ລົດຖີບ ຈຳນວນ 10 ຄັນ ມາມອບໃຫ້ນັກຮຽນດ້ອຍໂອກາດ,ທຸກຍາກ, ນັກຮຽນຊົນເຜົ່າ, ແລະ ນັກຮຽນເກັ່ງ ຊັ້ນປະຖົມສຶກສາ, ເຊີ່ງມີນັກຮຽນທີຖືກຄັດເລືອກຕາມເປົ້າຫມາຍ ຈຳນວນ 7 ໂຮງຮຽນ ມີ 10 ນ້ອງ,ຍິງ 5 ນ້ອງ. ໃຫ້ກຽດມອບທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ຮັບໂດຍ ນ້ອງນັກຮຽນທັງ 10 ນ້ອງ, ໂດຍຊ່ອງຫນ້າ ຄະນະພັກອົງການປົກຄອງເມືອງເງິນ ເຂົ້າຮ່ວມເປັນສັກຄີພະຍານ.



                                                     ສາລະຄະດີການທ່ອງທ່ຽວເມືອງເງິນ




Post a Comment (0)
Previous Post Next Post
ຫ້ອງການສຶກສາທິການ ແລະກິລາເມືອງສາລະວັນ

ຄະນະນຳຫ້ອງການສຶກສາທິການ ແລະກິລາເມືອງໄຊຍະບູລີ

ຫ້ອງການສຶກສາທິການ ແລະກິລາເມືອງສາລະວັນ

Opening Ceremony Asean Tourism Forum (ATF) 2023